Healthy Aging Prize for Asian Innovation

ເປີດຮັບສະຫມັກການຊີງລາງວັນ ປີ 2024

ກໍານົດເວລາ: 31 ພຶດສະພາ 2024

ລາງວັນຜູ້ສູງອາຍຸສຸຂະພາບດີສໍາລັບນະວັດຕະກຳແຫ່ງອາຊີ (HAPI) ມີຄວາມມຸ່ງຫວັງໃນການຮັບຮູ້ ແລະ ເສີມຂະຫຍາຍນະໂຍບາຍ, ແຜນງານ, ການບໍລິການ, ແລະ ຜະລິດຕະພັນທີ່ເປັນນະວັດຕະກຳ ເພື່ອຮັບມືກັບສິ່ງທ້າທາຍທີ່ສັງຄົມຜູ້ສູງອາຍຸກໍາລັງປະເຊີນຢູ່, ຊ່ວຍສົ່ງເສີມຊີວິດທີ່ສຸຂະພາບດີ ແລະ ຊີວິດທີ່ມີຄວາມຫມາຍໃຫ້ຍືນຍາວຂຶ້ນ, ແລະ ປັບປຸງການດູແລເບິ່ງແຍງຜູ້ສູງອາຍຸໄດ້ຢ່າງເໝາະສົມ.

ໃນອີກ 30 ປີ ຕໍ່ຫນ້າ, ຈໍານວນຄົນອາຍຸ 65 ປີ ຂຶ້ນໄປ ໃນອາຊີຕາເວັນອອກ ແລະ ຕາເວັນອອກສຽງໃຕ້ ຄາດວ່າຈະເພີ່ມຂຶ້ນເປັນສອງເທົ່າ. ການເພີ່ມຂຶ້ນຢ່າງໄວວາ ຂອງປະຊາກອນຜູ້ສູງອາຍຸ ຮຽກຮ້ອງໃຫ້ມີວິທີການຈັັດຕັ້ງປະຕິບັດແບບມີຫົວຄິດປະດິດສ້າງ ຈາກທາງພາກລັດ ແລະ ເອກະຊົນ ເພື່ອປະເຊີນກັບສິ່ງທ້າທາຍ ແລະ ສ້າງສັງຄົມທີ່ມີຊີວິດຊີວາ, ສຸຂະພາບແຂງແຮງ, ແລະ ຢືດຢຸ່ນທົນທານ ທີ່ເຊິ່ງຜູ້ຄົນສາມາດອີ່ມເອມໄປກັບການດໍາລົງຊີວິດທີ່ມີປະສິດທິຜົນຍາວນານ. ຜູ້ຊະນະເລີດ ຈະໄດ້ຮັບຂັນລາງວັນ ແລະ ຈະຖືກເຊີນເຂົ້າຮ່ວມທັດສະນະສຶກສາທີ່ປະເທດຍີ່ປຸ່ນ. ຜູ້ຊະນະທັງຫມົດຈະໄດ້ຮັບໃບຢັ້ງຢືນທີ່ລະນຶກ ແລະ ການປະດິດສ້າງນະວັດຕະກຳຂອງພວກເຂົາຈະໄດ້ຖືກນຳສະເໜີຢ່າງໂດດເດັ່ນໃນເວັບໄຊທ໌ AHWIN. ພວກເຮົາຕ້ອງການແບ່ງປັນການແກ້ໄຂຂອງທ່ານກັບໂລກ!

ລາງວັນຈະມອບໃຫ້ແກ່ ນະໂຍບາຍ, ແຜນງານ, ການບໍລິການ, ແລະ ຜະລິດຕະພັນທີ່ເປັນນະວັດຕະກຳ ເຊິ່ງຕົກຢູ່ຫນຶ່ງໃນສາມປະເພດດັ່ງນີ້: 

ເຕັກໂນໂລຊີ & ນະວັດຕະກຳ

ເຕັກໂນໂລຊີ ແລະ ເຕັກນິກໃຫມ່ໆ ທີ່ສົ່ງເສີມການສຸງອາຍຸຢ່າງສຸຂະພາບດີ ແລະ ມີປະສິດທິຜົນ, ທີ່ຈະປັບປຸງວິທີການທີ່ຜູ້ສູງອາຍຸໄດ້ຮັບການດູແລ, ຫຼື ທີ່ໃຫ້ປະສິດທິພາບສູງຂຶ້ນ, ຄວາມປອດໄພ, ແລະ/ຫຼື ຄວາມສະດວກສະບາຍໃຫ້ແກ່ຜູ້ສູງອາຍຸ ແລະ ຜູ້ດູແລຫຼາຍຂຶ້ນ

ໂຄງການລິເລີ່ມໂດຍຊຸມຊົນ

ວິທີການທີ່ອີງໃສ່ຊຸມຊົນ – ລວມທັງວິທີການລະຫວ່າງລຸ້ນ – ເພື່ອຮັກສາຜູ້ສູງອາຍຸໃຫ້ມີສຸຂະພາບແຂງແຮງ, ຫ້າວຫັນ, ມີສ່ວນຮ່ວມ, ແລະ/ຫຼື ປອດໄພ

ສະຫນັບສະຫນູນການກຸ້ມຕົນເອງ

ວິທີໃຫມ່ທີ່ຈະຊ່ວຍໃຫ້ຜູ້ສູງອາຍຸຮັກສາ, ປັບປຸງ, ຫຼື ຟື້ນຟູຄວາມສາມາດໃນການເຮັດກິດຈະກໍາຕ່າງໆຂອງການດໍາລົງຊີວິດປະຈໍາວັນ ແລະ ເພື່ອຢູ່ໃນໄວທີ່ເໝາະສົມ

ລາງວັນນີ້ແມ່ນການລິເລີ່ມຂອງສູນຍີ່ປຸ່ນເພື່ອແລກປ່ຽນລະຫວ່າງປະເທດ (JCIE) ແລະ ສະຖາບັນຄົ້ນຄວ້າເສດຖະກິດສໍາລັບອາຊຽນ ແລະ ອາຊີຕາເວັນອອກ (ERIA), ພາຍໃຕ້ການຊ່ວຍເຫລືອຂອງໂຄງການລິເລີ່ມດ້ານສຸຂະພາບ ແລະ ການເປັນຢູ່ທີ່ດີແຫ່ງອາຊີ (AHWIN) ຂອງລັດຖະບານຍີ່ປຸ່ນ.

ສໍາລັບຜູ້ທີ່ອາໄສຢູ່ນອກປະເທດຍີ່ປຸ່ນ, ຄໍາຮ້ອງສະຫມັກ HAPI ປີ 2024 ຈະປະກອບມີສາມຂັ້ນຕອນ.

ເພື່ອສະຫມັກຊີງລາງວັນ ກະລຸນາປະກອບແບບຟອມສະຫມັກສະບັບສັ້ນຂອງພວກເຮົາ (ພຽງແຕ່ 2 ຫນ້າ) ເຊິ່ງສາມາດດາວໂຫຼດໄດ້ໂດຍໃຊ້ປຸ່ມຂ້າງລຸ່ມນີ້. ທ່ານຈະຖືກຂໍໃຫ້ສັງລວມສັ້ນໆກ່ຽວກັບການປະດິດສ້າງນະວັດຕະກຳ ແລະ ຂໍ້ມູນການຕິດຕໍ່ຂອງທ່ານ. ສາມາດປະກອບໃບສະຫມັກສະບັບສັ້ນໃນພາສາໃດກໍໄດ້ຈາກພາສາທາງການຂອງປະເທດທີ່ເຂົ້າຮ່ວມ (ASEAN+3 ປະເທດ/ເຂດແຄວ້ນ). ສົ່ງອີເມວກັບຄືນໄປຫາກອງເລຂາທີ່ [email protected]. ໃບສະຫມັກສະບັບສັ້ນຈະຖືກແປເປັນພາສາອັງກິດໂດຍໃຊ້ບໍລິການແປພາສາ AI ແລະ ຈະໄດ້ຮັບການປະເມີນໂດຍຄະນະກໍາມະການທີ່ປຶກສາສາກົນ. ຈົ່ງຊາບວ່າການສື່ສານທັງຫມົດກັບກອງເລຂາ ຄວນເປັນພາສາອັງກິດ ຫຼື ພາສາຍີ່ປຸ່ນ.

ອີງຕາມການປະເມີນຜົນຂອງຄະນະກໍາມະການ, ຜູ້ສະຫມັກຄັດເລືອກຈະຖືກເຊີນໃຫ້ຍື່ນໃບສະຫມັກສະບັບຍາວ. ຖ້າຖືກເລືອກ, ທ່ານຈະໄດ້ຮັບແບບຟອມສະຫມັກສະບັບຍາວ (ເບິ່ງຕົວຢ່າງຂ້າງລຸ່ມນີ້). ແບບຟອມນີ້ຂໍລາຍລະອຽດເພີ່ມເຕີມກ່ຽວກັບການປະດິດສ້າງນະວັດຕະກຳຂອງທ່ານ, ຜົນກະທົບຂອງມັນ, ແຜນການໃນອະນາຄົດຂອງທ່ານ, ແລະອື່ນໆ. ອີກເທື່ອຫນຶ່ງ, ສາມາດປະກອບໃບສະຫມັກໃນພາສາໃດກໍໄດ້ຈາກພາສາທາງການຂອງປະເທດທີ່ເຂົ້າຮ່ວມ. ໃບສະຫມັກເຫຼົ່ານີ້ຈະໄດ້ຮັບການແປເປັນພາສາອັງກິດຢ່າງມືອາຊີບ ແລະ ປະເມີນຜົນອີກຄັ້ງໂດຍຄະນະກໍາມະການທີ່ປຶກສາສາກົນ.

ຜູ້ປະສົບຜົນສຳເລັດໃນຮອບສຸດທ້າຍຈະຖືກເຊີນເຂົ້າຮ່ວມ ການສໍາພາດທາງອອນລາຍ.ຈະມີການແປຖ້າຈໍາເປັນ. ອີງຕາມການສໍາພາດດັ່ງກ່າວ, ຄະນະທີ່ປຶກສາສາກົນຈະຄັດເລືອກເອົາຜູ້ໄດ້ຮັບລາງວັນຊະນະເລີດ ແລະ ຮອງຊະນະເລີດ.

ໃບສະຫມັກສະບັບສັ້ນເບື້ອງຕົ້ນ ຕ້ອງສົ່ງບໍ່ກາຍ ວັນທີ 31 ພຶດສະພາ 2024.

ຖ້າຫາກວ່າທ່ານໄດ້ຍື່ນໃບສະຫມັກແລ້ວ ແລະ ຍັງບໍ່ໄດ້ຮັບໃບຮັບຮອງຈາກກອງເລຂາ, ກະລຸນາຕິດຕໍ່ຫາພວກເຮົາທີ່ [email protected].

ຂໍ້ກໍານົດດັ່ງຕໍ່ໄປນີ້ແມ່ນກ່ຽວຂ້ອງກັບຜູ້ສະຫມັກທຸກຄົນ:

  • ຜູ້ສະຫມັກຕ້ອງເປັນອົງການ; ບຸກຄົນບໍ່ມີສິດເຂົ້າຮ່ວມ. ຜູ້ສະຫມັກຕ້ອງບໍ່ແມ່ນບັນດາກະຊວງສຸນກາງ/ກົມກອງ ຫຼື ອົງການຈັດຕັ້ງສາກົນ.
  • ຜູ້ສະຫມັກຕ້ອງອາໄສຢູ່ໃນປະເທດສະມາຊິກອາຊຽນ ຫຼື ຢູ່ປະເທດຈີນ (ລວມທັງເຂດບໍລິຫານພິເສດ ຮົງກົງ, ເຂດບໍລິຫານພິເສດ ມາເກົາ, ແລະ ໄຕ້ຫວັນ), ຍີ່ປຸ່ນ ຫຼື ເກົາຫຼີໃຕ້.
  • ຜູ້ສະຫມັກຕ້ອງເຕັມໃຈທີ່ຈະແບ່ງປັນປະສົບການຂອງຕົນກັບຄົນອື່ນ ແລະ ຕ້ອງເຕັມໃຈທີ່ຈະຕອບຄຳຖາມຈາກປະເທດອື່ນຢ່າງສຸດຄວາມສາມາດຂອງຕົນ.
  • ຜູ້ສະຫມັກຕ້ອງຢູ່ໃນສະຖານະທີ່ຖືກຕ້ອງຕາມກົດຫມາຍ ແລະ ບໍ່ມີປະຫວັດການລະເມີດທາງອາຍາ ຫຼື ດ້ານສິລະທໍາ. 
  • ການປະດິດສ້າງນະວັດຕະກຳຂອງຜູ້ສະຫມັກຕ້ອງເຖິງຂັ້ນໄດ້ຈັດຕັ້ງປະຕິບັດມາແລ້ວ. ລາງວັນນີ້ບໍ່ໄດ້ມີຈຸດປະສົງເພື່ອປະເມີນການສະເຫນີທີ່ຍັງບໍ່ທັນໄດ້ປະຕິບັດມາກ່ອນ. 
  • ໃບສະຫມັກຄວນສົ່ງໂດຍອົງການທີ່ຮັບຜິດຊອບໂດຍກົງໃນການສ້າງ ຫຼື ພັດທະນານະວັດຕະກຳ. ຜູ້ທີ່ນໍາໃຊ້ຮູບແບບໂຄງການ ຫຼື ເຮັດການຕະຫຼາດດ້ານຜະລິດຕະພັນທີ່ຄົນອື່ນພັດທະນານັ້ນແມ່ນບໍ່ມີສິດ.
  • ນະວັດຕະກຳ ໄດ້ເອົາໃຈໃສ່ຕໍ່ການສົ່ງເສີມສຸຂະພາບ ແລະ ຊີວິດທີ່ມີຄວາມຫມາຍໃຫ້ຍືນຍາວຂຶ້ນ, ແລະ ປັບປຸງການດູແລເບິ່ງແຍງຜູ້ສູງອາຍຸໄດ້ຢ່າງເໝາະສົມບໍ? [ຈໍາເປັນ]
  • ນະວັດຕະກຳ ສະແດງເຖິງແນວທາງທີ່ສ້າງສັນ ແລະ/ຫຼື ມີເອກະລັກສະເພາະ ຕໍ່ບັນຫາທີ່ກ່ຽວຂ້ອງກັບອາຍຸບໍ? [ຈໍາເປັນ]
  • ນະວັດຕະກຳ ໄດ້ສະແດງໃຫ້ເຫັນ, ຫຼື ສາມາດຄາດຫວັງໄດ້ວ່າຈະມີຜົນກະທົບ ແລະ/ຫຼື ຜົນສະທ້ອນໃນວົງກວ້າງບໍ?
  • ນະວັດຕະກຳນີ້ໃຫ້ການຕອບສະຫນອງທີ່ຄຸ້ມຄ່າ ແລະ ມີປະສິດທິພາບຕໍ່ບັນຫາທີ່ຕ້ອງການຈະແກ້ໄຂບໍ?
  • ນະວັດຕະກຳ ມີສ່ວນຮ່ວມໃນການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານອົງປະກອບການສ້າງຂີດຄວາມອາດສາມາດ ແລະ ການຝຶກອົບຮົມບໍ?
  • ນະວັດຕະກຳ ສາມາດເຂົ້າເຖິງ ແລະ ບໍ່ເລືອກປະຕິບັດບໍ?
  • ມີການສ້າງປື້ມຄູ່ມື ຫຼື ສື່ການຮຽນການສອນອື່ນໆ ທີ່ຈະອະນຸຍາດການປະດິດສ້າງສາມາດຈັດຕັ້ງປະຕີບັດ ຫຼື ນໍາໃຊ້ໃນບ່ອນອື່ນບໍ?
  • ນະວັດຕະກຳ ແມ່ນມີຄວາມເປັນມາທາງວິທະຍາສາດ ແລະ/ຫຼື ມີຫຼັກຖານອ້າງອີງບໍ?

ຂ້າງລຸ່ມນີ້ແມ່ນລາຍການຂອງຫົວຂໍ້ ແລະ ຄໍາຖາມທີ່ລາງວັນກໍາລັງແນມຫາຄຳຕອບໃນການແກ້ໄຂ, ເຊິ່ງອາດຈະເປັນປະໂຫຍດໃນການກະກຽມໃບສະຫມັກຂອງທ່ານ. ຈົ່ງຊາບວ່າຖ້າຫາກວ່າທ່ານມີການປະດິດສ້າງນະວັດຕະກຳກໍາລັງແກ້ໄຂບັນຫາທີ່ບໍ່ລວມຢູ່ຂ້າງລຸ່ມນີ້, ພວກເຮົາຍັງຈະສະຫນັບສະຫນູນໃຫ້ທ່ານສະຫມັກຕາບໃດທີ່ວຽກງານຂອງທ່ານປະຕິບັດຕາມຂໍ້ກໍານົດການມີສິດຢູ່ຂ້າງເທິງ.

  • ເຮົາຈະສ້າງຄວາມທົນທານ ແລະ ປົກປ້ອງຜູ້ສູງອາຍຸໄດ້ແນວໃດ ໃນຊ່ວງໄພພິບັດທາງທໍາມະຊາດ, ໂລກລະບາດ, ຫຼື ວິກິດການອື່ນໆ?
  • ພວກເຮົາຈະແນ່ໃຈໄດ້ແນວໃດວ່າຈະມີຜູ້ດູແລທີ່ໄດ້ຮັບການຝຶກຝົນມາເປັນຢ່າງດີ ແລະ ໄດ້ຮັບຄ່າຕອບແທນຢ່າງຍຸດຕິທໍາໄດ້ແນວ ໃດ?
  • ສິ່ງໃດທີ່ສາມາດປ້ອງກັນພາວະສະໝອງເສື່ອມ ແລະ ການສະຫນັບສະຫນູນ ແລະ ປົກປ້ອງຜູ້ທີ່ໄດ້ຮັບຜົນກະທົບ?
  • ຊຸມຊົນສາມາດມີສ່ວນຮ່ວມ ແລະ ສະຫນັບສະຫນູນສະມາຊິກຜູ້ສູງອາຍຸ ໂດຍສະເພາະຜູ້ທີ່ມີຄວາມອ່ອນແອທາງສັງຄົມໄດ້ດີທີ່ສຸດຄືແນວໃດ?
  • ເຮົາຈະໃຫ້ທາງເລືອກທີ່ດີທີ່ສຸດສໍາລັບຜູ້ສູງອາຍຸ ແລະ ສົ່ງເສີມການກຸ້ມຕົນເອງຫລາຍຂຶ້ນໄດ້ແນວໃດ?
  • ເຕັກໂນໂລຊີ ແລະ ນະວັດຕະກຳໃຫມ່ໆ ເຊັ່ນ: ຫຸ່ນຍົນການເບິ່ງແຍງດູແລ, ອຸປະກອນ ICT ຫຼື AI ສາມາດສະຫນັບສະຫນູນສຸຂະພາບ ແລະ ຄວາມເປັນຢູ່ຂອງຜູ້ສູງອາຍຸ ແລະ ຜູ້ດູແລຂອງພວກເຂົາໄດ້ແນວໃດ?
  • ລັດຖະບານຈະຮັກສາ ຫຼື ປັບປຸງການເບິ່ງແຍງຜູ້ສູງອາຍຸໃນວິທີການທີ່ທັງມີປະສິດທິພາບ ແລະ ມີປະສິດທິຜົນໄດ້ແນວໃດ?
  • ເຮົາຈະເອົາຊະນະທັດສະນະຄະຕິເຊີງລົບຂອງຜູ້ສູງອາຍຸ ທັງໃນບັນດາໝູ່ປະຊາຊົນທົ່ວໄປ ແລະ ໃນບັນດາໝູ່ຜູ້ສູງອາຍຸເອງໄດ້ແນວໃດ?

ລາງວັນຊະນະເລີດໜຶ່ງລາງວັນຈະຖືກຄັດເລືອກໃນແຕ່ລະປະເພດ ແລະ ຜູ້ເຂົ້າຮອບສຸດທ້າຍເພີ່ມເຕີມ ຈະໄດ້ຖືກເລືອກໃຫ້ເປັນຜູ້ຮັບລາງວັນຮອງຊະນະເລີດ. ຄະນະກໍາມະການຄັດເລືອກອາດຈະມອບລາງວັນເພີ່ມເຕີມສໍາລັບຜົນສໍາເລັດທີ່ໂດດເດັ່ນ.

ຜູ້ຊະນະລາງວັນຊະນະເລີດ ຈະໄດ້ຮັບຂັນລາງວັນ ແລະ ຜູ້ຊະນະທັງຫມົດຈະໄດ້ຮັບໃບຢັ້ງຢືນທີ່ລະນຶກ ແລະ ການປະດິດສ້າງນະວັດຕະກຳຂອງພວກເຂົາຈະໄດ້ສະແດງຢ່າງໂດດເດັ່ນໃນເວັບໄຊທ໌ AHWIN. (ຫມາຍເຫດ: ຜູ້ໄດ້ຮັບລາງວັນອາດຈະຖືກຂໍໃຫ້ສະຫນອງຂໍ້ມູນເພີ່ມເຕີມ, ຮູບພາບ, ແລະ ອື່ນໆ ເພື່ອຂຶ້ນໜ້າປົກໃນເວັບໄຊທ໌.)

ຜູ້ໄດ້ຮັບລາງວັນຊະນະເລີດໃນແຕ່ລະປະເພດຈະຖືກເຊີນເຂົ້າຮ່ວມພິທີມອບຮັບລາງວັນ ແລະ ເຂົ້າຮ່ວມການເດີນທາງໄປທັດສະນະສຶກສາ ແລະ ກິດຈະກໍາອື່ນໆ.

ຄ່າເດີນທາງ ແລະ ຄ່າທີ່ພັກອາໄສ ຈະຮັບຜິດຊອບສຳລັບຕົວແທນໜຶ່ງຄົນຂອງອົງການທີ່ໄດ້ລາງວັນ.

ຄໍາຖາມທີ່ຖືກຖາມເລື້ອຍໆ

ອົງການຈັດຕັ້ງຊຸມຊົນ, ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ, ສະຖາບັນຄົ້ນຄວ້າ (ລວມທັງອົງການໃນສາຍທີ່ຕິດພັນກັບມະຫາວິທະຍາໄລ ຫຼື ສະຖາບັນທີ່ໄດ້ຮັບການສະຫນັບສະຫນູນຈາກລັດຖະບານ), ລັດຖະບານທ້ອງຖິ່ນ, ຜູ້ໃຫ້ບໍລິການ, ທຸລະກິດສ່ວນຕົວ, ຫຸ້ນສ່ວນຂອງພາກລັດ-ເອກະຊົນ, ແລະ ທຸລະກິດສັງຄົມ ແມ່ນມີສິດສະໝັກ.

ກະຊວງ/ກົມກອງ ແລະອົງການຈັດຕັ້ງສາກົນບໍ່ມີສິດເຂົ້າຮ່ວມ, ແຕ່ອົງການຈັດຕັ້ງຕ່າງໆທີ່ໄດ້ຮັບທຶນສະຫນັບສະຫນູນຈາກລັດຖະບານແຫ່ງຊາດ ຫຼື ອົງການຈັດຕັ້ງສາກົນ ອາດຈະໄດ້ຮັບການພິຈາລະນາ.
(ສໍາລັບຄໍາຖາມ, ຕິດຕໍ່ພວກເຮົາທີ່ [email protected])

ຜູ້ສະຫມັກບໍ່ຈໍາເປັນຕ້ອງໄດ້ລົງທະບຽນເປັນນິຕິບຸກຄົນ. ຕົວຢ່າງ: ການຮ່ວມກັນແບບບໍ່ເປັນທາງການ, ສະມາຄົມ ຫຼືສະໂມສອນອາດຈະໄດ້ຮັບການພິຈາລະນາ.

ບໍ່. ຜູ້ສະຫມັກຕ້ອງໄດ້ຢູ່ໃນຫນຶ່ງປະເທດ/ພາກພື້ນ ດັ່ງຕໍ່ໄປນີ້: 

ບຣູໄນ
ກໍາປູເຈຍ
ຈີນ (ລວມທັງ ເຂດບໍລິຫານພິເສດ ຮົງກົງ, ເຂດບໍລິຫານພິເສດ ມາເກົາ ແລະ ໄຕ້ຫວັນ)
ອິນໂດເນເຊຍ
ຍີ່ປຸ່ນ
ເມືອງລາວ
ມາເລເຊຍ
ມຽນມາ
ຟິລິບປິນ
ສິງກະໂປ
ເກົາຫຼີໃຕ້
ໄທ
ຫວຽດນາມ

ບໍ່. ການສະຫມັກຊີງລາງວັນແມ່ນບໍ່ເສຍຄ່າໃດໆ.

ໄດ້. ຖ້າຫາກວ່າອົງການຂອງທ່ານໄດ້ສະຫມັກໃນອະດີດຜ່ານມາ ແຕ່ບໍ່ເຄີຍໄດ້ຮັບລາງວັນຊະນະເລີດ, ພວກເຮົາຍິນດີຕ້ອນຮັບການສະຫມັກຂອງທ່ານອີກຄັ້ງໃນປີນີ້.

ຈົ່ງຊາບວ່າມີການປ່ຽນແປງບາງຢ່າງໃນແບບຟອມສະຫມັກ, ດັ່ງນັ້ນທ່ານຈະຕ້ອງປະກອບແບບຟອມສະບັບໃຫມ່ໃຫ້ຄົບຖ້ວນ ແລະ ສົ່ງກ່ອນກໍານົດເວລາ ຈຶ່ງຈະໄດ້ຮັບການພິຈາລະນາຊີງລາງວັນໃນປີ 2024.

ໄດ້. ຖ້າຫາກມີຫຼາຍກວ່າຫນຶ່ງອົງກອນມີສ່ວນຮ່ວມໃນການສ້າງ ແລະ/ຫຼື ການຈັດຕັ້ງປະຕິບັດນະວັດຕະກຳ, ທ່ານອາດຈະລະບຸລາຍຊື່ອົງກອນຮ່ວມມືທັງຫມົດໃນແບບຟອມ. ຢ່າງໃດກໍຕາມ, ກະລຸນາ ກໍານົດບຸກຄົນຈຳນວນໜຶ່ງຄົນຈຸດປະສົງເພື່ອການສື່ສານກ່ຽວກັບຄໍາຮ້ອງສະຫມັກນີ້, ແລະ ໃຫ້ຂໍ້ມູນການຕິດຕໍ່ຂອງບຸກຄົນນັ້ນ.

ຖ້າຫາກວ່າການປະດິດສ້າງຂອງກຸ່ມທ່ານຖືກຄັດເລືອກໃຫ້ເປັນຜູ້ຊະນະລາງວັນຊະນະເລີດ, ກຸ່ມນີ້ຈະໄດ້ຮັບຂັນລາງວັນພຽງອັນດຽວ, ເຖິງແມ່ນວ່າພວກເຮົາຈະສາມາດມອບໃບຢັ້ງຢືນແຍກຕ່າງຫາກໃຫ້ແກ່ທຸກໆອົງກອນທີ່ກ່ຽວຂ້ອງ.

ໂດຍທົ່ວໄປແລ້ວ, ອົງກອນຕ່າງໆຄວນສະຫມັກຂໍເອົາແຕ່ການປະດິດສ້າງນະວັດຕະກຳຫນຶ່ງຄັ້ງຕໍ່ປີເທົ່ານັ້ນ.

ເຖິງຢ່າງໃດກໍ່ຕາມ, ຖ້າຫາກວ່າມີທີມງານໂຄງການ ຫຼື ພະແນກທີ່ແຕກຕ່າງກັນພາຍໃນອົງການທີ່ກໍາລັງດໍາເນີນການສ້າງນະວັດຕະກຳທີ່ແຕກຕ່າງກັນ, ພວກເຂົາກໍ່ສາມາດນໍາໃຊ້ໄດ້. ໃນກໍລະນີດັ່ງກ່າວ, ກະລຸນາລະບຸຊື່ພະແນກ ຫຼື ທີມງານໂຄງການໃນແບບຟອມສະໝັກລວມທັງຊື່ອົງການ.

ບໍ່. ຜູ້ສະຫມັກຄວນສະຫມັກຂໍເອົາແຕ່ການປະດິດສ້າງນະວັດຕະກຳທີ່ຕົນເອງໄດ້ພັດທະນາດ້ວຍຕົນເອງເທົ່ານັ້ນ. ຖ້າສາຂາທີ່ແຍກຕ່າງຫາກຂອງອົງການຂອງທ່ານໄດ້ສ້າງນະວັດຕະກຳທີ່ທ່ານຄິດວ່າສົມຄວນໄດ້ຮັບລາງວັນ, ກະລຸນາຊຸກຍູ້ສົ່ງເສີມພວກເຂົາໃຫ້ສະໝັກ. ຖ້າຫາກວ່າທ່ານໄດ້ມີການປັບປຸງແຜນງານ ຫຼື ຜະລິດຕະພັນດັ່ງເດີມຢ່າງຫຼາຍ ໂດຍທີ່ສາມາດພິຈາລະນາເປັນນະວັດຕະກຳທີ່ເປັນເອກະລັກ, ດັ່ງນັ້ນທ່ານສາມາດສະໝັກໄດ້.

ຜູ້ໄດ້ຮັບລາງວັນຈະໄດ້ຮັບການຄັດເລືອກດ້ວຍການຊ່ວຍເຫຼືອຂອງຄະນະກຳມະການທີ່ປຶກສາລະຫວ່າງປະເທດ. ໃນປີ 2024, ຈະມີການຄັດເລືອກຜູ້ເຂົ້າຮອບສຸດທ້າຍເຖິງ 10 ຄົນ ຈາກຄະນະກໍາມະການໂດຍພິຈາລະນາທົບທວນຄືນໃບສະໝັກທີ່ເປັນລາຍລັກອັກສອນ. ຜູ້ເຂົ້າຮອບສຸດທ້າຍຈະເຂົ້າຮ່ວມການສໍາພາດທາງອອນລາຍກັບຄະນະກໍາມະການ (ຈະມີການແປຕາມ ຄວາມຕ້ອງການ). ອີງຕາມການສໍາພາດ ແລະ ໃບສະຫມັກ, ຄະນະກໍາມະການຈະເລືອກເອົາຜູ້ຊະນະລາງວັນ.

ຂໍ້ມູນສ່ວນບຸກຄົນທີ່ໄດ້ຮັບຈາກກອງເລຂາຮັບຜິດຊອບເລື່ອງແຂ່ງຂັນຍ້ອງຍໍ ຈະຈັດການຢ່າງເຫມາະສົມຕາມນະໂຍບາຍຄວາມເປັນສ່ວນຕົວຂອງ JCIE (http://www.jcie.or.jp/japan/privacy/) ແລະ ERIA (http://www.eria.org/privacy-policy/) ແລະ ຈະຖືກນໍາໃຊ້ພຽງແຕ່ເພື່ອຈຸດປະສົງຂອງແຜນງານນີ້ ຫຼື ເພື່ອການແຈກຢາຍໂດຍອົງການຂອງພວກເຮົາ, ແຈ້ງການກ່ຽວກັບຄຳຂໍສະເໜີໂຄງການ, ກິດຈະກຳ ແລະ ຂ່າວສານອື່ນໆ .nd other news.